Logo
champi-champa
English
  • Logo
  • ກ່ຽວກັບ ສຕລ
    • ໂຄງຮ່າງການຈັດຕັ້ງ
    • ຄະນະບໍລິຫານງານ
    • ອະນຸກໍາມະການ
      • ອະນຸກໍາມະການ ການເງິນ
      • ອະນຸກໍາມະການ ຈັດການແຂ່ງຂັນ
      • ອະນຸກໍາມະການ ເຕັກນິກວິທະຍາ ແລະ ພັດທະນາກິລາບານເຕະ
      • ອະນຸກໍາມະການ ນິຕິກໍາ
      • ອະນຸກໍາມະການ ກໍາມະການຕັດສິນ
      • ອະນຸກໍາມະການ ບານເຕະຍິງ
      • ອະນຸກໍາມະການ ການຕະຫຼາດ
      • ອະນຸກໍາມະການ ການແພດ
      • ອະນຸກໍາມະການ ສື່ມວນຊົນ
    • ເລຂາທິການ
    • ສະມາຊິກ ສຕລ
    • ຕິດຕໍ່
  • ການແຂ່ງຂັນ
    • ລາວລີກ 1
    • ລາວລີກ 2
    • U-19
    • U-16
    • ລາວລີກ ຍິງ
    • ລາວ ຟຸດຊໍ ລີກ
    • ຂັນນາຍົກ ສປປ ລາວ
  • ການພັດທະນາ
    • ສູນຝຶກຈຳປີ-ຈຳປາ
    • ຝຶກອົບຮົມຄູຝຶກ
    • ບານເຕະຂັ້ນພື້ນຖານ
    • ບານເຕະຍິງ
    • ກຳມະການຕັດສິນ
  • ທີມຊາດລາວ
    • ທີມຊາດຊາຍ
      • ຊຸດໃຫຍ່
        • ຂ່າວສານ
        • ຕາຕະລາງ ASEAN CHAMPIONSHIP MITSUBISHI ELECTRIC CUP 2024
      • U-23
      • U-20
      • U-19
        • ຂ່າວສານ
        • ລາຍຊື່ ຄະນະຄູຝຶກ ແລະ ນັກກິລາ
        • ຕາຕະລາງ ASEAN U19 BOYS' CHAMPIONSHIP 2024
      • U-17
      • U-16
        • ຂ່າວສານ
        • ລາຍຊື່ ຄະນະຄູຝຶກ ແລະ ນັກກິລາ
    • ທີມຊາດຍິງ
      • ຊຸດໃຫຍ່
      • U-20
      • U-17
  • ສື່ໂຄສະນາ
    • ຂ່າວສານ
    • ຮູບພາບ
    • ວິດີໂອ
  • ຂອງທີ່ລະນຶກ
  • ເອກະສານນິຕິກຳ
  • ໜ່ວຍງານຕໍ່ຕ້ານການລົ້ມບານ
    • ກິດຈະກໍາທີ່ເຄື່ອນໄຫວ
    • ເອກະສານທີ່ກ່ຽວຂ້ອງ
    • ລາຍງານການລົ້ມບານ
  1. ໜ້າຫຼັກ
  2. ຄັງຮູບພາບ
  3. ຈັດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS

ຈັດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS

28/11/2023
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover

ສະຫະພັນບານເຕະນາໆຊາດຮ່ວມກັບສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂື້ນໃນວັນທີ 28 ພະຈິກ 2023 ທີ່ໂຮງແຮມ ແລນມາກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ່ Fatimata Sow Sidibe ຫົວຫນ້າໂຄງການກິລາບານເຕະໃນໂຮງຮຽນ,ຜູ້ຕາງຫນ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄູອາຈານທີ່ສິດສອນວິຊາພະລາສຶກສາຈຳນວນ 80 ທ່ານ ຈາກ 80 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີວ່າ:ສຳລັບການຝຶກອົບຮົມກິລາບານເຕະໃນໂຮງຮຽນໃນໂຄງການດັ່ງກ່າວນີ້ແມ່ນມີຈຸດປະສົງສົ່ງເສີມໃຫ້ນັກຮຽນ ໄດ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນຫລາຍຂຶ້ນ ແລະ ໄດ້ຮັບການຝຶກແອບຢ່າງຖືກວິທີ ສອນໂດຍຄູອາຈານພາລະສຶກສາພາຍໃນໂຮງຮຽນ ເພື່ອເປັນຕົວແບບ ແລະເປັນອີກໂຄງການໜຶ່ງສຳລັບປີຕໍ່ໆໄປ, ພາຍຫຼັງການຝຶກອົບຮົມສຳເລັດລົງ,ພວກເຮົາຈະໄດ້ມີພິທີເປີດພິທີໂຄງການ ກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023.

 ສະຫະພັນບານເຕະແຫ່ງຊາດລາວຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການພັດທະນາບານເຕະຂັ້ນພື້ນຖານໃຫ້ແກ່ນັກຮຽນ,ເຊິ່ງທີ່ຜ່ານມາ ໄດ້ມີການລົງເຮັດກິດຈະກຳບານເຕະຂັ້ນພື້່ນຖານ ແລະ ຈັດຝຶກອົບຮົມຄູຝຶກລະດັບ D ໃນທຸກໆແຂວງທົ່ວປະເທດ. ສໍາລັບໂຄງການນີ້ແມ່ນຈະສຸມໃສ່ການພັດທະນາບານເຕະໃນໂຮງຮຽນເປັນຫຼັກ ໂດຍແມ່ນບັນດານັກຮຽນ ແລະ ຄູພາລະເປັນເປົ້າຫມາຍຫລັກຂອງໂຄງການດັ່ງກ່າວ.

ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ(Fatimata Sow Sidibe) ຫົວຫນ້າ ໂຄງການກິລາບານເຕະໃນໂຮງຮຽນ ໄດ້ກ່າວວ່າ ຮູ້ສຶກເປັນກຽດທີ່ໄດ້ມາປະເທດລາວແລະໄດ້ເຂົ້າຮ່ວມຝຶກອົບຮົມກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ເຊິ່ງໂຄງການດັ່ງກ່າວໄດ້ຈັດຂຶ້ນໃນຫລາຍປະເທດ.ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ ກ່າວຢໍ້າຕື່ມວ່າ ໂຄງການນີ້ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ, ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ.ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນແລະສະແດງຄວາມຊົມເຊີມມາຍັງ ສຕລ ທີ່ສາມາດສ້າງແຜນຍຸດທະສາດພັດທະນາກິລາບານເຕະຍິງ ແລະ ຈັດການແຂ່ງຂັນລາວລີກຍິງ ເປັນຄັັ້ງທໍາອິດ.

  ການຝຶກອົບຮົມດັ່ງກ່າວແມ່ນຈະດຳເນີນໄປເປັນເວລາ 2 ມື້ນັບຕັ້ງແຕ່ວັນທີ 28 – 29 ພະຈິກ 2023 ເຊິ່ງລວມມີພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ທີ່ສະຫນາມ, ແລະ ຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023.

ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະເປັນໂຄງການຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ(FIFA)ກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນຂອງສປປລາວ.


ຮູບພາບຫຼ້າສຸດ

gallery Cover
new
17/06/2025
gallery Cover
ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B " 2023-2024 ໄລຍະທີ 2
07/02/2024
gallery Cover
ພິ​ທີ​ປິດ ຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )
25/01/2024
gallery Cover
ສຕລ ຈັດຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )
22/01/2024

ຜູ້ສະໜັບສະໜູນຫຼັກ

Pepsi
ກ່ຽວກັບ ສຕລ
  • ໂຄງຮ່າງການຈັດຕັ້ງ
  • ຄະນະບໍລິຫານງານ
  • ອະນຸກໍາມະການ

    • ອະນຸກໍາມະການ ການເງິນ
    • ອະນຸກໍາມະການ ຈັດການແຂ່ງຂັນ
    • ອະນຸກໍາມະການ ເຕັກນິກວິທະຍາ ແລະ ພັດທະນາກິລາບານເຕະ
    • ອະນຸກໍາມະການ ນິຕິກໍາ
    • ອະນຸກໍາມະການ ກໍາມະການຕັດສິນ
    • ອະນຸກໍາມະການ ບານເຕະຍິງ
    • ອະນຸກໍາມະການ ການຕະຫຼາດ
    • ອະນຸກໍາມະການ ການແພດ
    • ອະນຸກໍາມະການ ສື່ມວນຊົນ
  • ເລຂາທິການ
  • ສະມາຊິກ ສຕລ
  • ຕິດຕໍ່
ການແຂ່ງຂັນ
  • ລາວລີກ 1
  • ລາວລີກ 2
  • U-19
  • U-16
  • ລາວລີກ ຍິງ
  • ລາວ ຟຸດຊໍ ລີກ
  • ຂັນນາຍົກ ສປປ ລາວ
ການພັດທະນາ
  • ສູນຝຶກຈຳປີ-ຈຳປາ
  • ຝຶກອົບຮົມຄູຝຶກ
  • ບານເຕະຂັ້ນພື້ນຖານ
  • ບານເຕະຍິງ
  • ກຳມະການຕັດສິນ
ທີມຊາດລາວ

ທີມຊາດຊາຍ

  • ຊຸດໃຫຍ່
  • U-23
  • U-20
  • U-17

ທີມຊາດຍິງ

  • ຊຸດໃຫຍ່
  • U-20
  • U-17
ສື່ໂຄສະນາ
  • ຂ່າວສານ
  • ຮູບພາບ
  • ວິດີໂອ
  • ຂອງທີ່ລະນຶກ
  • ເອກະສານນິຕິກຳ
ໜ່ວຍງານຕໍ່ຕ້ານການລົ້ມບານ
  • ກິດຈະກໍາທີ່ເຄື່ອນໄຫວ
  • ເອກະສານທີ່ກ່ຽວຂ້ອງ
  • ລາຍງານການລົ້ມບານ
[ PRE-RELEASE ] ສະຫະພັນບານເຕະແຫ່ງຊາດລາວ © ສະຫງວນລິຂະສິດທັງໝົດ