new
ພິ​ທີ​ປິດ ຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )  👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ: 🌐 www.laoff.org.la FB: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation TikTok: Lff_official IG: Lff_official Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ
ສຕລ ຈັດຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ
FIFA FOOTBALL 4 SCHOOLS
ບັນຍາກາດຝຶກຊ້ອມ ເທີມທຳອິດ ວັນທີ 20 ມັງກອນ 2024 ຢູ່ສູນຝຶກຈຳປີ - ຈຳປາ ຫ້ວຍ​ຫົງ
ຫົວຂໍ້ ປະເພດ ລົງວັນທີ
ປະກາດ ຮັບສະຫມັກ ພະນັກງານ ພະແນກເຕັກນິກ - ວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ໂຄສະນາ 02/01/2024
ສ​ຕ​ລ ປະ​ກາດ​ຮັບ​ສະ​ຫ​ມັກ​ກຳ​ມະ​ການ​ຕັດ​ສິນ LFF REFEREE ACADEMY 2024-2027 ໂຄສະນາ 19/12/2023
ສູນພັດທະນາກິລາບານເຕະ ຈຳປີ - ຈຳປາປະກາດຮັບສະຫມັກນັກກິລາ ຮຸ່ນອາຍຸ 8 ປີ, 10 ປີ, 12 ປີ ໂຄສະນາ 26/10/2023
News Cover

ກິດຈະກໍາໜ່ວຍງານຕໍ່ຕ້ານການລົ້ມບານໃໝ່

23/04/2024

ເຜີຍແຜ່ຂໍ້ມູນໃໝ່ 

News Cover

ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B " 2023-2024 ໄລຍະທີ 2

07/02/2024

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ B (LFF/AFC "B" DIPLOMA COACHING COURSE 2023/2024) ໄລຍະທີ 2 ໂດຍມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ.

ຕະຫລອດໄລຍະເວລາການຝຶກອົບຮົມ ນັກສຳມະນາກອນ ແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການລົງຕົວຈິງ ພ້ອມດຽວກັນນັ້ນແມ່ນຈະໄດ້ມີການສອບເສັງ, ນັັກສຳມະກອນແມ່ນມາຈາກຫລາຍພາກສ່ວນເຂົ້າຮ່ວມ ຈໍານວນ 22 ທ່ານ ທີ່ມາຈາກປະເທດໄທ 3ທ່ານ, ໄນຈີເລຍ 1ທ່ານ ແລະ ສະວິດເຊີແລນ 1ທ່ານ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2ໄລຍະ ຄື:

- ໄລຍະທີ1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ2 ເລີ່ມວັນທີ 07 ຫາ 16 ກຸມພາ 2024

News Cover

ສຕລ ຈັດຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )

22/01/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )ຂື້ນໃນຕອນເຊົ້າ ຂອງວັນທີ 22 ມັງກອນ 2024 ຢູ່ທີ່ຫ້ອງປະຊຸມຂອງສຕລ,ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິີການ ສຕລ , ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຫົວໜ້າອະນຸກຳມະການພັດທະນາກໍາມະການຕັດສິນສະຫະພັນບານເຕະນາໆຊາດ(FIFA).
  ໃນພິທີ ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກໍາມະການຕັດສິນ ສຕລ ໄດ້ຂຶ້ນລາຍງານວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອພັດທະນາ ແລະ ຍົກລະດັບຜູ້ປະເມີນກໍາມະການຕັດສິນຂອງ ສຕລ ໃຫ້ກ້າວໄປສູ່ລະດັບສາກົນ, ເພື່ອຮຽນຮູ້ພາລະບົດບາດການປະຕິບັດໜ້າທີ່ຂອງຜູ້ປະເມີນກໍາມະການຕັດສິນ,ທັງເປັນການຄັດເລືອກຜູ້ທີ່ມີເງື່ອນໄຂຄົບຖ້ວນ ເພື່ອເປັນຜູ້ປະເມີນຂອງ ສຕລປະຈຳປີ 2024.
  ໃນໂອກາດກ່າວເປີດພິທີ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເປັນຄັ້ງທີ່ສໍາຄັນ ຊຶ່ງວຽກງານການພັດທະນາຍົກລະດັບກຳມະການຕັດສິນເປັນວຽກທີ່ມີຄວາມທ້າທາຍ ແລະສໍາຄັນຫຼາຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກທ່ານຈົ່ງເອົາໃຈໃສ່ຕັ້ງໜ້າຮຽນຮູ້ຜ່ານການຝຶກອົບຮົມຄັ້ງນີ້ ເພື່ອພັດທະນາຍົກລະດັບຕົນເອງໃຫ້ກ້າວໄປເປັນຜູ້ປະເມີນກໍາມະການຕັດສິນໃນລະດັບສາກົນ.
  ການຝຶກອົບຮົມຄັ້ງນີ້ຈະນໍາໃຊ້ເວລາ 5 ວັນ ເລີ່ມວັນທີ 22-26 ມັງກອນ 2024ຈຶ່ງຈະສິ້ນສຸດ, ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ,ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫ້ອງການນິຕິກຳ ສຕລ ພ້ອມດວ້ຍນັກສຳມະນາກອນທັງຫມົດ 25 ທ່ານ ເປັນຍິງ 3 ທ່ານ, ຜູ້ປະເມີນ 8 ທ່ານແລະມາຈາກຕ່າງແຂວງ 12 ທ່ານ ທີ່ມາຈາກ ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນວິຈິດສິນແຫ່ງຊາດ, ວິທະຍາໄລເຕັກນິກປາກປາສັກ, ກົມກິລາລະດັບສູງ, ຄະນະວີທະຍາສາດການກິລາ-ກາຍະກຳ, ວິທະຍາໄລສິນລະປະສຶກສາ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ, ແຂວງຈຳປາສັກ, ແຂວງໄຊຍະບູລີ, ແຂວງຜົ້ງສາລີ ແລະ ແຂວງວຽງຈັນ.

Video Cover

ວີດີໂອ ຈາກ ສະຫະພັນເຕະ ອາຊີ ເບິ່ງພ່ານທາງ ຢູທູບ

29/05/2024

ວີດີໂອ ຈາກ ສະຫະພັນເຕະ ອາຊີ ກ່ຽວກັບ ການ ສະກັດກັ້ນການລົ້ມບານ ເບິ່ງພ່ານທາງ ຢູທູບ

Video Cover

FIFA Football for Schools LAOS

22/01/2024

FIFA Football for Schools LAOS

Video Cover

ວິ​ດີ​ໂອ ວຽກ​ງານ​ຈັດ​ການ​ແຂ່ງ​ຂັນ 2023 ແລະ ແຜນ​ຈັດ​ການ​ແຂ່ງ​ຂັນ ປະ​ຈຳ​ປີ 2024

09/01/2024

​ວິ​ດີ​ໂອ ວຽກ​ງານ​ຈັດ​ການ​ແຂ່ງ​ຂັນ 2023 ແລະ ແຜນ​ຈັດ​ການ​ແຂ່ງ​ຂັນ ປະ​ຈຳ​ປີ 2024